清晨,鸡鸣声打破象龙村的宁静。伴着初升的朝阳,村民们开始忙碌起来。女人们打开水龙头,淘米做饭、喂鸡喂牛;男人们则在一旁仔细地清洗爱车,为当天的蔬菜运输做准备;孩子们三五成群,沿着崭新的柏油路走向不远处的新学校。
ຕອນເຊົ້າໆ, ສຽງໄກ່ຂັນໄດ້ທຳລາຍຄວາມງຽບສະຫງົບຂອງບ້ານຊຽງລ້ອມ. ພ້ອມກັບຕາເວັນທີ່ຫາກໍ່ພົ້ນອອກມາ, ພວກຊາວບ້ານເລີ່ມຫຍຸ້ງນຳການເຮັດວຽກທຳງານ. ເປີດກອກນໍ້າ ລ້າງເຂົ້າ ແຕ່ງກິນ ລ້ຽງໄກ່ລ້ຽງງົວ, ອັນນີ້ແມ່ນວຽກງານຂອງພວກຜູ້ຍິງ; ສ່ວນພວກຜູ້ຊາຍ ກຳລັງລ້າງລົດທີ່ຮັກຂອງຕົນເອງຢູ່ ເພື່ອກະກຽມການຂົນສົ່ງຜັກຂອງມື້ນີ້;ພວກເດັກນ້ອຍຍ່າງເປັນກຸ່ມໆໄປຕາມເສັ້ນທາງປູຢາງ ຍ່າງໄປສູ່ໂຮງຮຽນໃໝ່ທີ່ຢູ່ບໍ່ໄກປານໃດ.
中国扶贫专家和象龙村参与大棚蔬菜种植的村民们合影
这样的生活在3年多前,是村民们想都不敢想的。
ຊີວິດການເປັນຢູ່ແບບນີ້ ໃນ 3 ປີກ່ອນ ເປັນສິ່ງທີ່ພວກຊາວບ້ານຄາດຄິດບໍ່ເຖິງມາກ່ອນ.
“以前,村里的自来水管老化,抽不上水,我们只能买桶装水饮用。每家每月要买20桶,对困难家庭来说是一笔不小的支出,有的人只能去河里打水喝。”
“ແຕ່ກ່ອນ, ທໍ່ນໍ້າປະປາຂອງບ້ານເສື່ອມໂຊມຫຼາຍ ຈົນບໍ່ສາມາດດູດນໍ້າຂຶ້ນມາໄດ້, ພວກເຮົາຈຶ່ງມີແຕ່ຕ້ອງຊື້ນໍ້າຕຸກມາກິນ. ທຸກເດືອນທຸກຄອບຄົວຕ້ອງຊື້ນໍ້າປະມານ 20 ຕຸກ, ຄ່າໃຊ້ຈ່າຍນີ້
ແມ່ນບໍ່ໜ້ອຍສຳລັບຄອບຄົວທີ່ທຸກຍາກ, ເຊິ່ງບາງຄອບຄົວມີແຕ່ຕ້ອງໄປຕັກນໍ້າຈາກແມ່ນໍ້າມາກິນ.”
“以前村里村外都是土路,下雨一路泥,晴天一身灰。”
“ແຕ່ກ່ອນເສັ້ນທາງໃນບ້ານແລະນອກບ້ານ ກໍເປັນທາງດິນໝົດ, ເມື່ອຝົນຕົກຈະເປັນທາງຂີ້ຕົມ ມື້ແດດຈະມີຂີ້ຝຸ່ນຫຼາຍ.”
“以前的学校建于1973年,教室是砖木结构,已经破损严重,宿舍是家长帮忙搭的茅草房。”
“ໂຮງຮຽນເກົ່າຕັ້ງຂຶ້ນໃນປີ 1973, ເປັນໂຄງຮ່າງໄມ້ກັບດິນຈີ່ ແລະ ກໍເສື່ອມໂຊມຢ່າງຮ້າຍແຮງ, ຫໍພັກເປັນຕູບຫຍ້າທີ່ພໍ່ແມ່ພວກນັກຮຽນມາຊ່ວຍກັນສ້າງຂຶ້ນ.

装上标识牌的版索村村内道路
回想以前的苦日子,对比如今村子焕然一新的样子,村民们心里充满感激:“自从中国援助老挝减贫示范合作项目在这里落地后,村子确实发生了实实在在的变化,我们全村人都感谢中国!”
ເມື່ອຫວນຄິດເຖິງຊີວິດການເປັນຢູ່ອັນລໍາບາກແຕ່ກ່ອນ ແລະ ປຽບທຽບກັບຊີວິດການເປັນຢູ່ທີີ່ມີການປ່ຽນແປງອັນຍິ່ງໃຫຍ່ຂອງປັດຈຸບັນນີ້, ພວກຊາວບ້ານເຕັມໄປດ້ວຍຈິດໃຈອາລົມທີ່ຮູ້ບຸນ
ຄຸນ: “ຕັ້ງແຕ່ໂຄງການທົດລອງຮ່ວມມືແກ້ໄຂຄວາມທຸກຍາກລາວ-ຈີນ ໄດ້ຕັ້ງຫຼັກປັກຖານຢູ່ທີ່ນີ້ເປັນຕົ້ນມາ, ບ້ານພວກເຮົາໄດ້ມີການປ່ຽນແປງຢ່າງແທ້ຈິງ, ຊາວບ້ານໝົດບ້ານສະແດງຄວາມຂອບອົກຂອບໃຈຕໍ່ປະເທດຈີນ!”

版索村织布示范户展示售出产品和收入
象龙村的变化,源于一次“倡议”。
ການປ່ຽນແປງຂອງບ້ານຊຽງລ້ອມ, ແມ່ນມາຈາກ “ຂໍ້ລິເລີ່ມ” ຂໍ້ໜຶ່ງ.
2014年11月,中国国务院总理李克强在东盟与中日韩(10+3)领导人会议期间提出“东亚减贫合作倡议”。根据“倡议”,中国将老挝、柬埔寨、缅甸作为首批开展东亚减贫示范合作技术援助项目的国家,为世界减贫贡献中国智慧。2016年,中国商务部经合局和国务院扶贫办中国国际扶贫中心选定了广西外资扶贫项目管理中心作为老挝项目的中方项目实施单位,将万象市桑通县的版索村和琅勃拉邦省的象龙村做为中老合作减贫示范点。
ເດືອນພະຈິກ ປີ 2014, ໃນໄລຍຍະເວລາທີ່ເຂົ້າຮ່ວມກອງປະຊຸມຜູ້ນຳອາຊຽນບວກສາມ(ຈີນ ຍີ່ປຸ່ນ ເກົາຫຼີໃຕ້), ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຂອງຄະນະລັດຖະບານປະເທດຈີນ ໄດ້ສະເໜີອອກ “ຂໍ້ລິເລີ່ມການຮ່ວມມືຫຼຸດຜ່ອນຄວາມທຸກຍາກອາຊີຕາເວັນອອກ”. ອີງຕາມ “ຂໍ້ລິເລີ່ມ” ນີ້, ປະເທດຈີນໄດ້ຖືເອົາປະເທດລາວ ກຳປູເຈຍ ແລະ ມຽນມາ ເປັນປະເທດຊຸດທຳອິດເພື່ອປະຕິບັດໂຄງການສາທິດສະໜັບສະໜູນດ້ານເຕັກນິກໃນການຮ່ວມມືຫຼຸດຜ່ອນຄວາມທຸກຍາກເຂດອາຊີຕາເວັນອອກ, ເພື່ອປະກອບສ່ວນປັນຍາຈີນໃຫ້ແກ່ພາລະກິດການຫຼຸດຜ່ອນຄວາມທຸກຍາກຂອງໂລກ.
ໃນປີ 2016, ກົມການຮ່ວມມືເສດຖະກິດສາກົນຂອງກະຊວງການຄ້າ ສປ ຈີນ(Agency for international economic cooperation)ແລະ ຫ້ອງການຫຼຸດຜ່ອນຄວາມທຸກຍາກແລະພັດທະນາຂອງຄະນະລັດຖະບານຈີນ(The State Council Leading Group Office of Poverty Alleviation and Development)ໄດ້ເລືອກເອົາສູນບໍລິຫານໂຄງການຊ່ວຍເຫຼືອຫຼຸດຜ່ອນຄວາມທຸກຍາກດ້ວຍກອງທຶນຕ່າງປະເທດເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ເປັນອົງການປະຕິບັດໂຄງການຈີນ ຕໍ່ປະເທດລາວ, ເລືອກເອົາບ້ານຊໍ້ເມືອງສັງທອງນະຄອນຫຼວງວຽງຈັນ ແລະ ບ້ານຊຽງລ້ອມແຂວງຫຼວງພະບາງເປັນຈຸດຕົວແບບການຮ່ວມມືຫຼຸດຜ່ອນຄວາມທຸກຍາຂອງຈີນ ແລະ ລາວ.
版索村学生
把自主权交给村民
ເອົາສິດທິເປັນເຈົ້າຕົນເອງໃຫ້ແກ່ຊາວບ້ານ
开展扶贫,当地村民的参与程度至关重要,而示范点村民的热情让中国扶贫专家有了信心。项目初期,中国扶贫专家组决定到村里组织村民开会。“白天村民们要下地干活,那我们就晚上去,本以为不会有多少人来,但那天竟然座无虚席,全家老少甚至自家的狗都带来了。从晚上8点钟开到了11点,这在他们村里是史无前例的场景。”中国—老挝联合项目管理办公室中方主任黄灿滨回忆道。
ການດຳເນີນການຫຼຸດຜ່ອນຄວາມທຸກຍາກ, ມັນມີຄວາມສຳຄັນອັນຍິ່ງໃຫຍ່ສຳລັບການເຂົ້າຮ່ວມຂອງພວກຊາວບ້ານ, ສ່ວນຄວາມກະຕືລືລົ້ນຂອງພວກຊາວບ້ານໃນຈຸດຕົວແບບ ໄດ້ເຮັດໃຫ້ຊ່ຽວຊານຫຼຸດຜ່ອນຄວາມທຸກຍາກຂອງປະເທດຈີນເກີດມີຄວາມໝັ້ນໃຈ. ໃນເບື້ອງຕົ້ນໃນໂຄງການ, ຄະນະຊ່ຽວຊານຫຼຸດຜ່ອນຄວາມທຸກຍາກຂອງຈີນ ຕັດສິນໃຈໄປໃນບ້ານຈັດປະຊຸມ. “ຕອນກາງວັນຊາວບ້ານຕ້ອງໄປເຮັດວຽກທຳງານ ພວກເຮົາຈຶ່ງໄປໃນຕອນຄໍ່າ, ພວກເຮົາຄິດວ່າຈະບໍ່ມີຄົນມາເຂົ້າຮ່ວມປະຊຸມຫຼາຍປານໃດ, ແຕ່ໃນມື້ນັ້ນ ໄດ້ມີຄົນຈຳນວນຫຼາຍມາເຂົ້າຮ່ວມ ຈົນບໍ່ມີບ່ອນນັ່ງ, ຜູ້ເຖົ້າຜູ້ຫນຸ່ມໝົດຄອບຄົວ ຈົນຮອດໝາ ກໍເອົາມາປະຊຸມນຳ. ປະຊຸມໄດ້ເລີ່ມຈາກ 8 ໂມງຄໍ່າ ຈົນເຖິງ 11 ໂມງ, ເລື່ອງນີ້ເປັນເລື່ອງທີ່ບໍ່ເຄີຍມີມາກ່ອນສຳລັບບ້ານເຂົາເຈົ້າ.” ທ່ານ ຮວງຊັນປິ່ນ(Huang canbin) ຫົວໜ້າຫ້ອງການບໍລິຫານໂຄງການຮ່ວມມືຈີນ-ລາວສຳລັບຝ່າຍຈີນ ໄດ້ຫວນຄືນຄືດັ່ງນີ້.

已完工的版索村入户饮水工程
“只有村民最了解自己的真实情况,我们在其中更多的是扮演一个引导的角色。这样做,既满足了他们的需要,又能提高他们的参与热情,还有利于后续的项目开展。”中国—老挝联合项目管理办公室中方常驻专家组组长、桑通县联合项目管理办公室中方主任范西宁告诉记者,村民们对合作项目的参与度一直非常高,各类项目都是由村干部组织村民讨论,根据实际情况提出村里最迫切解决的问题,中国扶贫专家组再对问题有针对性地作出援助计划。
“ມີພຽງແຕ່ພວກຊາວບ້ານຮູ້ຈັກສະພາບຕົວຈິງຂອງເຂົາເຈົ້າດີທີ່ສຸດ, ພວກເຮົາພຽງແຕ່ເປັນຜູ້ຊີ້
ນຳຢູ່ໃນທ່າມກາງເທົ່ານັ້ນ. ເຮັດຕາມແບບນີ້, ທັງສາມາດຕອບສະໜອງຄວາມຕ້ອງການຂອງເຂົາ
ເຈົ້າ ທັງສາມາດຍົກສູງຄວາມກະຕືລືລົ້ນສຳລັບການເຂົ້າຮ່ວມໂຄງການອີກດ້ວຍ, ແລະ ກໍມີຜົນປະໂຫຍດຕໍ່ການພັດທະນາໂຄງການພາຍຫຼັງ.” ທ່ານຟ້ານຊີໜິງ(Fan xining)ຫົວໜ້າຝ່າຍຈີນຄະນະຊ່ຽວຊານປະຈຳລາວຂອງຫ້ອງການບໍລິຫານໂຄງການຮ່ວມມືຫຼຸດຜ່ອນຄວາມທຸກຍາກຈີນ-ລາວ ຫົວໜ້າຝ່າຍຈີນຂອງຫ້ອງການບໍລິຫານໂຄງການຮ່ວມມືເມືອງສັງທອງ ໄດ້ບອກກັບນັກຂ່າວວ່າ, ລະດັບຄວາມຢາກເຂົ້າຮ່ວມໂຄງການຮ່ວມມືຂອງພວກຊາວບ້ານແມ່ນສູງຕະຫຼອດມາ, ໂຄງການຕ່າງໆຈັດສັນຊາວບ້ານມາເຂົ້າຮ່ວມໂດຍການພິຈາລະນາຂອງພະນັກງານຈັດຕັ້ງໃນບ້ານທັງ
ໝົດ, ເຂົາເຈົ້າສະເໜີບັນຫາທີ່ຕ້ອງເລັ່ງແກ້ໄຂທີ່ສຸດຂອງບ້ານໂດຍອີງຕາມສະພາບຕົວຈິງຂອງບ້ານ, ຊ່ຽວຊານຫຼຸດຜ່ອນຄວາມທຸກຍາກຈີນກໍອອກແຜນການສະໜັບສະໜູນຊ່ວຍເຫຼືອແບບຕົງຕໍ່ບັນຫານັ້ນອອກມາໃຫ້ຕື່ມ.

象龙村饮水入户工程村民接入自来水清洗车辆
最后,版索村和象龙村在中国扶贫专家组的帮助下,实现了道路硬化,建起了村级活动中心、学校宿舍等,还做起了蔬菜种植、织布、养牛、养鸡等产业。
ສຸດທ້າຍ, ໂດຍພາຍໃຕ້ການຊ່ວຍເຫຼືອຂອງຊ່ຽວຊານຫຼຸດຜ່ອນຄວາມທຸກຍາກປະເທດຈີນ, ບ້ານຊໍ້ ແລະ ບ້ານຊຽງລ້ອມ ໄດ້ບັນລຸການປັບປຸງເສັ້ນທາງໃຫ້ແຂງແກ່ນຂຶ້ນ ສ້າງສູນກິດຈະກຳຂັ້ນບ້ານ ແລະຫໍພັກໂຮງຮຽນເປັນຕົ້ນ, ຍັງພັດທະນາຂະແໜງການປູກຜັກ ການສານຕໍ່າຜ້າແພ ການລ້ຽງງົວ ແລະການລ້ຽງໄກ່ເປັນຕົ້ນ.

大棚蔬菜种植
“当第一批蔬菜成功卖出去时,村民们看到了希望。于是,更多人主动找到我们,说想跟我们学种菜。因为地不够,他们还把房前屋后的地都挪了出来,全部种上蔬菜,积极性一下子就提高了。”黄灿滨笑着说。
ທ່ານຮວງຊັນປິ່ນ ທັງຍິ້ມທັງກ່າວວ່າ:“ເມື່ອຜັກຊຸດທຳອິດໄດ້ຂາຍອອກໄປແລ້ວ, ພວກຊາວບ້ານໄດ້ເບິ່ງເຫັນຄວາມຫວັງ. ສະນັ້ນ, ຍິ່ງມີຫຼາຍຄົນໄດ້ມາຊອກຫາພວກເຮົາວ່າຢາກຮຽນການປູກຜັກນຳພວກເຮົາ. ເນື່ອງຈາກວ່າເນື້ອທີ່ດິນບໍ່ພໍ, ເຂົາເຈົ້າຍັງຈັດເອົາທີ່ດິນຢູ່ດ້ານໜ້າ ແລະ ຫຼັງເຮືອນເພື່ອມາເພື່ອປູກຜັກເຕັມໄປໝົດ, ຄາບດຽວ ຄວາມຫ້າວຫັນໄດ້ຖືກຍົກສູງຂຶ້ນແລ້ວ.”

象龙村养牛示范户领到牛后开心的笑起来
携手中国友谊村
ຮ່ວມມືກັບບ້ານມິດຕະພາບຈີນ
“走出国门扶贫,这对我们来说是第一次,因此在扶贫方式方法上有了很多创新。”在黄灿滨看来,“友谊村”是其中最有特点的一项。
“ໄປຊ່ວຍເຫຼືອການຫຼຸດຜ່ອນຄວາມທຸກຍາກທີ່ຕ່າງປະເທດ,ເທື່ອນີ້ກໍເປັນເທື່ອທຳອິດສຳລັບພວກເຮົາ, ສະນັ້ນ ຈຶ່ງມີການປະດິດຄິດສ້າງໃໝ່ໃນວິທີຮູບແບບການຊ່ວຍເຫຼືອຢ່າງຫຼາຍ.” ຕາມຄວາມຄິດຂອງທ່ານຮວງຊັນປິ່ນແລ້ວ, “ບ້ານມິດຕະພາບ” ເປັນສິ່ງໜຶ່ງທີ່ມີເອກະລັກທີ່ສຸດໃນນັ້ນ.
在项目开展的过程中,中国扶贫专家组参照“友谊城市”的做法,组织协调促进琅勃拉邦象龙村与广西桂林大寨村建立“友谊村”关系,组织两村村民互访,交流经验。之所以选择这两个村寨,是因为它们都靠近当地的著名旅游城市——琅勃拉邦与桂林,依靠该优势,两个村子都可以发展旅游相关的产业。
ພາຍໃນໄລຍະການປະຕິບັດໂຄງການ, ຄະນະຊ່ຽວຊານຫຼຸດຜ່ອນຄວາມທຸກຍາກຈີນໄດ້ອ້າງອີງຮູບແບບຂອງ “ຕົວເມືອງມິດຕະພາບ” ມາຈັດສັນປະສານງານໃຫ້ບ້ານຊຽງລ້ອມແຂວງຫຼວງພະບາງ ແລະ ບ້ານຕ້າຈ້າຍນະຄອນກຸ້ຍຫຼິ້ນເຂດປົກຄອງຕົນເອງເຜົ່າຈວ້ງກວາງຊີສ້າງສາຍພົວພັນເປັນ “ບ້ານມິດຕະພາບ”, ຈັດສັນໃຫ້ຊາວບ້ານສອງຝ່າຍໄປຢ້ຽມຢາມບ້ານເຊິ່ງກັນແລະກັນ ເພື່ອແລກປ່ຽນປະສົບການ. ສາເຫດທີ່ເລືອກເອົາສອງບ້ານນີ້ມາສ້າງສາຍພົວພັນເປັນ “ບ້ານມິດຕະ
ພາບ” ກໍຍ້ອນວ່າພວກມັນທັງໃກ້ກັບຕົວເມືອງທ່ອງທ່ຽວທີ່ລືຊືຂອງທ້ອງຖິ່ນ ກໍຄື ນະຄອນຫຼວງ
ພະບາງ ແລະນະຄອນກຸ້ຍຫຼິນ, ໂດຍອີງຕາມທ່າແຮງດ້ານນີ້, ທັງສອງບ້ານລ້ວນແຕ່ສາມາດພັດ
ທະນາຂະແໜງການກ່ຽວກັບການທ່ອງທ່ຽວທີ່ກ່ຽວຂ້ອງ.

版索村养牛项目验收
象龙村的村民到桂林的大寨村参观时,吃住都在村里,体验了当地村民的生活,对当地的发展模式也多了许多亲身体验。回到老挝之后,中国扶贫专家们给他们提出建议,把自家的房屋改造成了具有老挝民族特色的民宿;对他们进行技术培训,搭起了蔬菜大棚,分发育苗种子,还鼓励他们养鸡、养牛。经过一段时间的努力,村民们的生活也有了很大改观,一位村民感慨:学习了中国广西“友谊村”朋友们的经验,我依靠种菜,收入有了很大提升,以后一定要新建一所大房子!
ໃນໄລຍະທີ່ຊາວບ້ານບ້ານຊຽງລ້ອມໄປຢ້ຽມຢາມບ້ານຕ້າຈ້າຍທິີ່ນະຄອນກຸ້ຍຫຼິນ(Dazhai Village, Guilin City), ການກິນ ການຢູ່ລ້ວນແຕ່ຢູ່ໃນບ້ານນັ້ນ, ເພື່ອໃຫ້ເຂົາເຈົ້າສຳຜັດຊີວິດການເປັນຢູ່ຂອງຊາວບ້ານທ້ອງຖິ່ນ, ແລະ ມີຄວາມສຳຜັດຕົວຈິງຕໍ່ຮູບແບບການພັດທະນາຂອງທ້ອງຖິ່ນໃຫ້ຫຼາຍກວ່າ. ຫຼັງຈາກກັບຄືນປະເທດລາວແລ້ວ, ຊ່ຽວຊານການຫຼຸດຜ່ອນຄວາມທຸກຍາກຈີນສະເໜີຂໍ້ສະເໜີໃຫ້ພວກຊາວບ້ານປ່ຽນເຮືອນຕົນເປັນໂຮມສະເຕ່ທີ່ມີເອກະລັກຂອງຊົນເຜົ່າລາວ; ດຳເນີນການບຳລຸງເຕັກນິກສ້າງເຮືອນຮົ່ມປູກຜັກ; ແຈກຢາຍເບ້ຍຜັກແນວພັນໃຫ້ຊາວບ້ານ, ສົ່ງເສີມຮຽກຮ້ອງຊາວບ້ານລ້ຽງໄກ່ ລ້ຽງງົວ. ພາຍຫຼັງຄວາມພະຍາຍາມໃນໄລຍະໜຶ່ງ, ລະດັບຊີວິດການເປັນຢູ່ຂອງພວກຊາວບ້ານໄດ້ຍົກສູງຂຶ້ນຢ່າງຊັດເຈນ, ມີຊາວບ້ານຄົນໜຶ່ງໄດ້ອຸທານວ່າ: ຫຼັງຈາກໄດ້ຮຽນປະສົບການການປູກຜັກຂອງໝູ່ເພື່ອນ “ບ້ານມິດຕະພາບ” ກວາງຊີແລ້ວ, ອີງໃສ່ການປູກຜັກ ລາຍຮັບຂອງຂ້ອຍໄດ້ເພີ່ມຂຶ້ນຫຼາຍ, ໃນອະນາຄົດຂ້ອຍຈະຕ້ອງກໍ່ສ້າງເຮືອນໃຫຍ່ຫຼັງໃໝ່ແນ່ນອນ!

分配种母黄牛现场
三年多里,中国扶贫专家帮助版索村和象龙村新建村内沥青道路4.16公里、入户饮水工程2项(覆盖两村602户农户)、桥梁1座。
ໃນສາມກວ່າປີທີ່ຜ່ານມາ, ຊ່ຽວຊານຫຼຸດຜ່ອນຄວາມທຸກຍາກຈີນໄດ້ຊ່ວຍເຫຼືອບ້ານຊໍ້ ແລະ ບ້ານຊຽງລ້ອມກໍ່ສ້າງທາງປູຢາງຈຳນວນ 4,16 ກິໂລແມັດ, ໂຄງການນໍານໍ້າປະປາເຂົ້າເຮືອນ 2 ໂຄງການ(ກວມເອົາ 602 ຄອບຄົວໃນສອງບ້ານ) ແລະ ຂົວ 1 ແຫ່ງ.

版索桥施工
援建村级活动中心2座、卫生室2座、学校宿舍4座、学校篮球场2个、排球场和藤球场各1个、学校厕所2个,捐赠两村学校新教学设备各1批,公共服务项目惠及两村3000多人、学生829名、教师77名。
ລວມທັງສະໜັບສະໜູນກໍ່ສ້າງສູນກິດຈະກຳຂັ້ນບ້ານ 2 ແຫ່ງ, ສຸກສາລາ 2 ແຫ່ງ, ຫໍພັກໂຮງຮຽນ 4 ຫຼັງ, ສະໜາມບານບ້ວງ 2 ແຫ່ງ, ສະໜາມບານສົ່ງ ແລະ ສະໜາມກະຕໍ້ຫວາຍ ບ່ອນລະ 1 ແຫ່ງ, ຫ້ອງນໍ້າໂຮງຮຽນ 2 ແຫ່ງ, ໄດ້ມອບອຸປະກອນການສອນອັນໃໝ່ໃຫ້ແກ່ໂຮງຮຽນຂອງສອງບ້ານ ບ່ອນລະ 1 ຊຸດ, ໂຄງການບໍລິການສາທາລະນະໄດ້ມີຜົນປະໂຫຍດຕໍ່ 3000 ກວ່າຄົນໃນສອງບ້ານ ນັກຮຽນ 829 ຄົນ ແລະ ອາຈານສອນ 77 ຄົນ.

完成施工的版索村活动中心
在版索村开展养牛、织布、玉米种植;在象龙村开展养牛、养鸡、大棚蔬菜、露天蔬菜、织布、乡村旅游示范等9个子项目。
ໄດ້ດຳເນີນການລ້ຽງງົວ ການສານຕໍ່າຜ້າແພ ແລະ ການປູກສາລີຢູ່ບ້ານຊໍ້; ໄດ້ດຳເນີນການລ້ຽງງົວ ການລ້ຽງໄກ່ ການປູກຜັກໃນເຮືອນຮົ່ມ ການປູກຜັກທາງນອກ ການສານການຕໍ່າຜ້າແພ ແລະ ການທ່ອງທ່ຽວຊົນນະບົດເປັນຕົວແບບຢູ່ທີ່ບ້ານຊຽງລ້ອມຈຳນວນ 9 ໂຄງການ.

版索村织布机发放
组织两个项目村和广西龙胜县大寨村开展2期“友好村”交流互访活动,参加交流老挝人员25人次,中方人员15人次。
ໄດ້ຈັດສັນບ້ານໂຄງການທັງສອງບ້ານ ແລະ ບ້ານຕ້າຈ້າຍເມືອງລົງເຊິງເຂດກວາງຊີ ປະຕິບັດກິດຈະກຳ “ບ້ານມິດຕະພາບ”ກ່ຽວກັບການຢ້ຽມຢາມແລກປ່ຽນເຊິ່ງກັນແລະກັນ 2 ຊຸດ, ຄົນທີ່ເຂົ້າ
ຮ່ວມການແລກປ່ຽນສຳລັບຝ່າຍລາວລວມ 25 ເທື່ອຄົນ, ຝ່າຍຈີນລວມ 15 ເທື່ອຄົນ.
文字|翻译|编辑: 覃雪丹
图片:广西外资扶贫项目管理中心
译审:金娜(老挝)
审核:张若谷、陈创业
来源:澜湄趴
【声明】如需转载丽江市融媒体中心名下任何平台发布的内容,请 点击这里 与我们建立有效联系。